ກ່ຽວກັບກົມ:
ຄວາມເປັນມາຂອງກົມກວດກາ
ກົມກວດກາ (ຂຽນເປັນຕົວອັກສອນຫຍໍ້ວ່າ“ກກ”) ເປັນໜຶ່ງໃນຫົວໜ່ວຍວິຊາການຂອງກະຊວງສຶກສາທິການ ແລະ ກິລາ, ຊຶ່ງໄດ້ຮັບການປັບປຸງ ແລະ ສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິ ການ ສະບັບເລກທີ 61/ນຍ, ລົງວັນທີ 10 ເມສາ ປີ 1993 ເອີ້ນວ່າຄະນະກວດກາການສຶກສາທົ່ວໄປ, ປີ 1999 ໄດ້ມີດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 167/ນຍ, ລົງວັນທີ 9 ກັນຍາ ເອີ້ນວ່າຄະນະກວດກາການສຶກສາ, ປີ 2001 ໄດ້ມີຂໍ້ກຳນົດຂອງລັດຖະມົນຕີວ່າການກະຊວງສຶກສາທິການ ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ, ກົມ ແລະ ອົງການທຽບເທົ່າໃນກະຊວງສຶກສາທິການສະບັບເລກທີ 91/ສສ.ຈຕ, ລົງວັນທີ 23/01/2001 ເອີ້ນວ່າຄະນະກວດກາການສຶກສາ, ປີ 2008 ໄດ້ມີ ດຳລັດຂອງນາຍົກລັດຖະ ມົນຕີ ສະບັບເລກທີ 62/ນຍ ລົງວັນທີ 07/04/2008 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ເອີ້ນວ່າກົມກວດກາ; ມາຮອດປີ 2011 ດຳລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 282/ນຍ ລົງວັນທີ 07/09/2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ເອີ້ນວ່າກົມກວດກາ; ກົມກວດກາ ໄດ້ມີສອງພາລະບົດບາດຕົ້ນຕໍຄື:
1. ເປັນເສນາທິການໃຫ້ແກ່ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃນການຕິດຕາມ ກວດກາ ແລະ ປະເມີນຜົນ ການຈັດຕັ້ງພັກ ແລະ ສະມາຊິກພັກ ຕາມກົດລະບຽບຂອງພັກ ແລະ ລະບຽບກົດໝາຍຂອງລັດ.
2. ເປັນເສນາທິການໃຫ້ແກ່ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໃນການຕິດຕາມ ກວດກາ ການສຶກສາຮອບດ້ານ, ຕິດຕາມ ແລະ ປະເມີນຜົນແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນແຕ່ລະໄລຍະ, ກວດກາສະເພາະກິດ, ກວດກາຕ້ານການສໍ້ລາດບັງຫລວງ, ຄົ້ນຄ້ວາຄໍາຮ້ອງ ຄໍາສະເໜີຂອງພະນັກງານ ຄູອາຈານ ສະມາຊິກພັກ ແລະ ພົນລະເມືອງທີ່ກ່ຽວຂ້ອງກັບຂະແໜງການສຶກສາ ແລະ ກິລາ.
ກົມກວດກາແມ່ນກົມໜຶ່ງໃນຈໍານວນ 20 ກົມ ແລະ ອົງການເທົ່າກົມຂອງກະຊວງສຶກສາທິການ ແລະ ກິລາ,
ປະກອບມີ 5 ພະແນກ:
1. ພະແນກບໍລິຫານ.
2. ພະແນກກວດກາການສຶກສາ.
3. ພະແນກກວດກາພັກ.
4. ພະແນກກວດກາຕ້ານການສໍ້ລາດບັງຫລວງ.
5. ພະແນກຕິດຕາມ ແລະ ປະເມີນຜົນ.
ມີໜ້າທີ່:
1) ວາງແຜນພັດທະນາວຽກງານ ຕິດຕາມ, ກວດກາ ແລະ ປະເມີນຜົນແຕ່ລະໄລຍະ.
2) ສ້າງແລະ ປັບປຸງບັນດານິຕິກໍາ, ເຄື່ອງມືການຕິດຕາມ ກວດກາ ແລະ ປະເມີນຜົນການສຶກສາ ແລະ ກິລາ.
3) ຕິດຕາມ ກວດກາ ການປະຕິບັດນິຕິກໍາຕ່າງໆຂອງການຈັດຕັ້ງ, ພາກສ່ວນພື້ນຖານການສຶກສາ ແລະ ກິລາ
ທຸກຂັ້ນທີ່ບໍ່ສອດຄ່ອງກັບແນວທາງນະໂຍບາຍ ແລະ ນິຕິກໍາ.
4) ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ ແລະ ສະມາຊິກພັກໃນການປະຕິບັດ
ກົດລະບຽບຂອງພັກ.
5) ຕິດຕາມກວດກາການປະຕິບັດນະໂຍບາຍ, ລະບຽບກົດໝາຍ, ແຜນການ, ສິດ, ໜ້າທີ່, ຄວາມຮັບຜິດ ຊອບ
ຂອງການຈັດຕັ້ງ, ພະນັກງານ, ລັດຖະກອນທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ.
6) ຕິດຕາມ, ເກັບກຳຂໍ້ມູນ, ການເຄື່ອນໄຫວ, ຮັບແຈ້ງຊັບສິນ ໜີ້ສິນພະນັກງານ ແລະ ລັດຖະກອນທີ່ຂຶ້ນກັບ
ສິດຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ ເພື່ອຄຸ້ມຄອງປ້ອງກັນ.
7) ຮັບ ແລະ ຄົ້ນຄວ້າຄຳຮ້ອງ, ຄຳສະເໜີຂອງພະນັກງານ ລັດຖະກອນ ແລະ ພົນລະເມືອງທີ່ພົວພັນເຖິງ
ຂອບເຂດສິດຄວາມຮັບຜິດຊອບຂອງກະຊວງສຶກສາທິການ ແລະ ກິລາ.
8) ກວດກາຕ້ານການສໍ້ລາດບັງຫລວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງການສຶກສາ ແລະ ກິລາ, ສະໜອງ
ຂໍ້ມູນ ແລະ ເຮັດວຽກຮ່ວມກັບອົງການກວດກາພາຍນອກຕາມກົດໝາຍ.
9) ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ,
ປະຕິບັດໂຄງການ, ແຜນງົບປະມານ, ການຄຸ້ມຄອງສິດນຳໃຊ້ຊັບສິນສ່ວນລວມຂອງລັດ, ເງິນກູ້ຢືມ,
ເງິນຊ່ວຍ ເຫລືອລ້າ ລວມທັງລາຍຮັບ - ລາຍຈ່າຍ.
10) ຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດໜ້າທີ່ຂອງການຈັດຕັ້ງກວດກາ ແລະ ການປະຕິບັດໜ້າທີ່
ຂອງບຸກຄະລາກອນ ທີ່ເຮັດວຽກງານຕິດຕາມກວດກາ ແລະ ປະເມີນຜົນ ໃນຂະແໜງການສຶກສາ ແລະ ກິລາ.
11) ສະເໜີມາດຕະການ, ວິທີການແກ້ໄຂຜົນຂອງການຕິດຕາມກວດກາເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາ.
12) ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງລັດຖະມົນຕີ.